ຂ້າມໄປຫາການນຳທາງ ຂ້າມໄປຫາການນຳທາງ ຂ້າມໄປຫາແບບຟອມຄົ້ນຫາ ຂ້າມໄປຫາແບບຟອມເຂົ້າສູ່ລະບົບ ຂ້າມໄປຫາເນື້ອຫາຫຼັກ ຂ້າມໄປຫາສ່ວນທ້າຍ
ກຳລັງໂຫຼດ...

ການປ້ອນບລ໋ອກໂດຍ E-Lab Lao

ການຝຶກອົບຮົມຄວາມປອດໄພທາງຊີວະພາບເພື່ອຢັ້ງຢືນພະນັກງານຄວາມປອດໄພທາງຊີວະພາບ
ການຝຶກອົບຮົມຄວາມປອດໄພທາງຊີວະພາບເພື່ອຢັ້ງຢືນພະນັກງານຄວາມປອດໄພທາງຊີວະພາບ

ໃນລະຫວ່າງວັນທີ 10 ຫາ 13 ກັນຍາ 2024 ສູນວິເຄາະ ແລະ ລະບາດວິທະຍາ, ໄດ້ຈັດການຝຶກອົບຮົມ ຄວາມປອດໄພທາງຊີວະພາບເພື່ອຢັ້ງຢືນພະນັກງານຄວາມປອດໄພທາງຊີວະພາບ ຢູ່ທີ່ຫ້ອງປະຊຸມ ໂຮງແຮມ ຄລາວພາຊ່າ, ນະຄອນຫຼວງວຽງຈັນ.

ໂດຍການເປັນປະທານຮ່ວມຂອງ ທ່ານ ດຣ ບົວລາຍ ໜໍ່ຈະເລີນ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ແລະ ທ່ານ ດຣ ບຸນເຮືອງ ກຸນນະວົງ ຜູ້ຕ່າງໜ້າຈາກອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່ (DTRA) ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 45 ທ່ານ ໂດຍແມ່ນຕ່າງໜ້າພະນັກງານວິເຄາະຈາກໂຮງໝໍສູນກາງ, ໂຮງໝໍແຂວງ 17 ແຂວງ, ເມືອງ, ສະຖາບັນ, ກົມກອງອ້ອມຂ້າງ ແລະ ຄູ່ຮ່ວມພັດທະນາ,​ ຄະນະຄູຝຶກຄວາມປອດໄພ ແລະ ຄວາມໝັ້ນຄົງທາງຊີວະພາບແຫ່ງຊາດຈຳນວນທັງໝົດ 06 ທ່ານ ປະກອບມີ: ທ່ານ ດຣ ນ. ມະນີວັນ ວົງສຸວັດ,​ ທ່ານ ດຣ ວິລະແສງ ຣາຊໂພ, ທ່ານ ດຣ ນ. ບຸນຕ້ອຍ ສີບູນເຮືອງ, ທ່ານ ນ ອາລຸນນະພາ ວົງດວງຈັນ ແລະ ພ້ອມດ້ວຍ ຄູຝຶກຈາກອົງການອະນາໄມໂລກ ໂດຍ ທ່ານ ນ. ພະຄະພັກ ເກດມາຍູນ.

ໃນລະຫວ່າງການຝຶກອົບຮົມ, ໄດ້ມີການບັນຍາຍ, ຖາມ-ຕອບ ແລະ ກິດຈະກຳ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ຜູ້ເຂົ້າຮ່ວມການຝືກອົບຮົມ. ເປົ້າໝາຍແມ່ນເພື່ອໃຫ້ພະນັກງານຄວາມປອດໄພທາງຊີວະພາບ ຈາກທຸກພາກສ່ວນ ບໍ່ພຽງແຕ່ໄດ້ຮຽນຮູ້ທາງດ້ານເນື້ອໃນທິດສະດີບົດຮຽນເທົ່ານັ້ນ ແຕ່ຍັງສາມາດດໍາເນີນການຈັດຕັ້ງປະຕິບັດບັນດາມາດຕະການຄວາມປອດໄພ ແລະ ຄວາມໝັ້ນຄົງທາງຊີວະພາບໃນຫ້ອງວິເຄາະຂອງຕົນເອງໃຫ້ບັນລຸຕາມກົດລະບຽບແຫ່ງຊາດ ວ່າດ້ວຍຄວາມປອດໄພທາງຊີວະພາບແຫ່ງຊາດໄດ້.

ພາຍຫຼັງສໍາເລັດການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ເຂົ້າຮ່ວມການປະເມີນຜົນເພື່ອຮັບໃບຢັ້ງຢືນເປັນພະນັກງານຄວາມປອດໄພທາງຊີະພາບທາງອອນໄລນ໌ຜ່ານເວັບໄຊທ໌ https://elablao.edu.la/.


all participants

activities during training

activities during training

group discussion

group discussion

participant introduction

ປ້າຍຕ່າງໆ:

  

ສະຫງວນລິຂະສິດ © 2024 - ເວັບໄຊ E-Lab Lao ສູນລວມຄວາມຮູ້ວິເຄາະການແພດລາວ

ອອກແບບ ແລະ ພັດທະນາໂດຍ: ບໍລິສັດ MTS

ເລື່ອນຂຶ້ນເທິງ