ກ່ຽວກັບເຮົາ
ເວັບໄຊສູນລວມຄວາມຮູ້ວິເຄາະການແພດລາວ
ອີງໃສ່ເຫດການທາງດ້ານສາທາລະນະສຸກທີ່ຜ່ານມາ ແລະ ການອຸບັດໃໝ່ຂອງເຊື້ອພະຍາດ ທີ່ເຊື້ອພະຍາດສາມາດແຜ່ກະຈາຍໄປທົ່ວໂລກໄດ້ຢ່າງໄວວາ ເນັ້ນໜັກໃຫ້ເຫັນເຖິງຄວາມສຳຄັນຢ່າງຍິ່ງຂອງການຮັບປະກັນຄວາມປອດໄພ, ຄວາມຖືກຕ້ອງ ແລະ ຄວາມໜ້າເຊື່ອຖືຂອງການກວດວິເຄາະ. ຄວາມປອດໄພ ແລະ ຄວາມໝັ້ນຄົງທາງຊີວະພາບແມ່ນພື້ນຖານທີ່ສຳຄັນໃນການປົກປ້ອງທັງພະນັກງານວິເຄາະຈາກອັນຕະລາຍໃນຫ້ອງວິເຄາະ ແລະ ເຊື້ອພະຍາດຈາກການຮົ່ວໄຫຼສູ່ພາຍນອກໂດຍບໍ່ໄດ້ຕັ້ງໃຈ ຫຼື ການລັກຂະໂມຍໄປໃຊ້ໃນທາງທີ່ຜິດ ເຊິ່ງອາດຈະເຮັດໃຫ້ເກີດການແຜ່ລະບາດຂອງເຊື້ອພະຍາດໄດ້. ການຈັດຕັ້ງປະຕິບັດວຽກງານຄວາມປອດໄພ ແລະ ຄວາມໝັ້ນຄົງທາງຊີວະພາບທີ່ມີປະສິດທິພາບຈະຊ່ວຍຮັບປະກັນວ່າຫ້ອງວິເຄາະສາມາດເຮັດວຽກໄດ້ຢ່າງປອດໄພ, ຫຼຸດຜ່ອນຄວາມສ່ຽງຕໍ່ການເກີດອຸບັດຕິເຫດ ຫຼື ການປົນເປື້ອນທີ່ອາດສົ່ງຜົນກະທົບຕໍ່ຊຸມຊົນ ແລະ ສິ່ງແວດລ້ອມ. ນອກຈາກນີ້, ລະບົບການຄຸ້ມຄອງຄຸນນະພາບໃນຫ້ອງວິເຄາະແມ່ນມີຄວາມສຳຄັນເຊັ່ນດຽວກັນ ເພື່ອຮັບປະກັນຄວາມຖືກຕ້ອງ, ຄວາມສອດຄ່ອງກັບມາດຕະຖານ ແລະ ຄວາມໜ້າເຊື່ອຖືໃນຂະບວນການກວດວິເຄາະທັງໝົດ. ຄຸນນະພາບຂອງການກວດວິເຄາະມີຜົນກະທົບໂດຍກົງຕໍ່ການບົ່ງມະຕິ, ການປິ່ນປົວ ແລະ ຄຸນນະພາບໂດຍລວມຂອງການບໍລິການດ້ານສຸຂະພາບ, ເຊິ່ງເປັນການສະໜັບສະໜູນຜົນໄດ້ຮັບດ້ານສຸຂະພາບທີ່ດີທີ່ສຸດສໍາລັບປະຊາຊົນ ແລະ ຊຸມຊົນ.
ພາຍໃຕ້ການນຳພາ-ຊີ້ນຳຂອງກະຊວງສາທາລະນະສຸກ ຈຶ່ງໄດ້ມີການພັດທະນາ ຫຼັກສູດການຮຽນການສອນທາງອອນລາຍນີ້ຂຶ້ນ ເພື່ອໃຫ້ຜູ້ທີ່ສົນໃຈໃນການຮຽນຮູ້ຕາມເວລາທີ່ຕົນເອງສະດວກ. ດັ່ງນັ້ນ, ຄະນະຊີ້ນໍາລວມ, ຄະນະຮັບຜິດຊອບຊີ້ນໍາດ້ານວິຊາການຂອງວຽກງານຄວາມປອດໄພທາງດ້ານຊີວະພາບ ແລະ ວຽກງານຄຸ້ມຄອງຄຸນນະພາບຂອງຫ້ອງວິເຄາະການແພດ ແລະ ຄູ່ຮ່ວມພັດທະນາ ຈຶ່ງໄດ້ສ້າງຫຼັກສູດດັ່ງກ່າວ ໂດຍໄດ້ນຳເອົາບົດຮຽນຕ່າງໆ ແລະ ຄວາມສຳຄັນທີ່ກ່ຽວຂ້ອງກັບໜ້າທີ່ ແລະ ຄວາມຮັບຜິດຊອບ ດັ່ງນີ້:
ກະຊວງສະທາລະນະສຸກເລັງເຫັນຄວາມສຳຄັນຂອງວຽກງານນີ້ຈຶ່ງໄດ້ມອບໝາຍໃຫ້ຄະນະຮັບຜິດຊອບວຽກງານວິເຄາະ ສ້າງບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດໃນຂົງເຂດວຽກງານນີ້ໃຫ້ມີຈຳນວນພຽງພໍ ແລະ ຄອບຄຸມທົ່ວປະເທດ. ອີງໃສ່ການຈັດການອົບຮົມແບບດັ້ງເດີມໃນການສ້າງບຸກຄະລາກອນແມ່ນມີຂໍ້ຈຳກັດຫຼາຍດ້ານ ແລະ ບໍ່ທົ່ວເຖິງ, ການຮຽນ-ການສອນຜ່ານສື່ເອເລັກໂຕຣນິກນີ້ຈຶ່ງໄດ້ຖືກສ້າງຕັ້ງຂຶ້ນເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນໃນການຝຶກອົບຮົມທີ່ສາມາດເຂົ້າເຖິງໄດ້ງ່າຍ, ສະດວກ ແລະ ທົ່ວເຖິງ. ຄະນະຮັບຜິດຊອບມີຄວາມມຸ່ງໝັ້ນທີ່ຈະຫຼຸດຊ່ອງຫວ່າງໃນການສຶກສາດ້ານວິຊາຊີບໂດຍການສະໜອງການຝຶກອົບຮົມທີ່ມີຄຸນນະພາບສູງ ໃຫ້ກັບພະນັກງານວິເຄາະ, ບຸກຄະລາກອນທາງການແພດ ແລະ ຜູ້ສົນໃຈທົ່ວໄປທີ່ມຸ່ງໝັ້ນທີ່ຈະປັບປຸງການເຮັດວຽກໃນຫ້ອງວິເຄາະໃຫ້ມີຄຸນນະພາບ ແລະ ຄວາມປອດໄພ ດ້ວຍຫຼັກສູດທີ່ພັດທະນາຂຶ້ນນີ້.
ການຮຽນ-ການສອນຜ່ານສື່ເອເລັກໂຕຣນິກແມ່ນຫຍັງ?
ໝາຍເຖິງການນຳໃຊ້ອິນເຕີເນັດເປັນຊ່ອງທາງໜຶ່ງໃນການການຮຽນ-ການສອນ ດ້ວຍລະບົບດີຈີຕອນ. ບຸກຄະລາກອນທາງການແພດ ແລະ ຜູ້ທີ່ສົນໃຈສາມາດເຂົ້າຮຽນຫຼັກສູດ ລະບົບການຄຸ້ມຄອງຄຸນນະພາບໃນຫ້ອງວິເຄາະ, ວຽກງານວິເຄາະການແພດ, ຄວາມປອດໄພ ແລະ ຄວາມໝັ້ນຄົງທາງຊີວະພາບໄດ້ດ້ວຍຕົວເອງ ເນື່ອງຈາກມີຄວາມ ງ່າຍ ແລະ ສະດວກ ໃນການເຂົ້າເຖິງລະບົບການຮຽນນີ້ໄດ້ຢ່າງທົ່ວເຖີງທຸກລະດັບ ໂດຍການສະໜອງໂອກາດການເຂົ້າເຖິງໄດ້ທຸກເວລາ ແລະ ທຸກສະຖານທີ່ ເພື່ອສົ່ງເສີມຄວາມຮູ້, ທັກສະ ແລະ ການເຂົ້າເຖິງສື່ການສອນທີ່ມີປະສິດທິພາບ ແລະ ແທດເໝາະກັບສະພາບການເພື່ອປັບປຸງວຽກງານວິເຄາະການແພດໃນ ສປປ ລາວ.
ຜູ້ທີ່ເຂົ້າຮຽນຜ່ານລະບົບນີ້ຈະໄດ້ຮັບໃບຢັ້ງຢືນເຂົ້າຮ່ວມການອົບຮົມໃນແຕ່ລະຫຼັກສູດ ແລະ ຜູ້ທີ່ສົນໃຈຍັງສາມາດສະໝັກເຂົ້າສອບເສັງເພື່ອຮັບໃບຢັ້ງຢືນພະນັກງານຄວາມປອດໄພທາງຊີວະພາບດ້ວຍຕົວເອງຜ່ານລະບົບນີ້ໄດ້
ຈຸດປະສົງ
- ເພື່ອສະໜອງຄວາມຮູ້ທີ່ມີປະສິດທິພາບ ແລະ ຂໍ້ມູນທີ່ແທດເໝາະກັບສະພາບການກ່ຽວກັບລະບົບການຄຸ້ມຄອງຄຸນນະພາບ, ວຽກງານວິເຄາະການແພດ, ຄວາມປອດໄພ ແລະ ຄວາມໝັ້ນຄົງທາງຊີວະພາບ.
- ເພື່ອເຂົ້າໃຈຫຼັກການ ເລື່ອງຄວາມປອດໄພ, ຄວາມໝັ້ນຄົງດ້ານຊີວະພາບ ເພື່ອສາມາດກຳນົດ ແລະ ປະຕິບັດກົດລະບຽບພື້ນຖານເຂົ້າໃນການປະຕິບັດວຽກງານປະຈຳວັນ.
- ເພື່ອໃຫ້ຄວາມຮູ້ ແລະ ຫຼັກການ ເພື່ອນຳໄປຍົກລະດັບຄວາມຮູ້, ຄວາມສາມາດ ແລະ ນຳໄປຈັດຕັ້ງປະຕິບັດໃນວຽກງານການຄຸ້ມຄອງຄຸນນະພາບ, ວຽກງານວິເຄາະການແພດ, ຄວາມປອດໄພ ແລະ ຄວາມໝັ້ນຄົງທາງຊີວະພາບ.
- ເພື່ອເປັນສູນຂໍ້ມູນຂ່າວສານດ້ານວິເຄາະການແພດ ເພື່ອສົ່ງເສີມການປ່ຽນແປງພຶດຕິກຳ, ວິທີການປະຕິບັດງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
- ເພື່ອສົ່ງເສີມການພັດທະນາແບບຕໍ່ເນື່ອງຂອງລະບົບການຄຸ້ມຄອງຄຸນນະພາບ, ວຽກງານວິເຄາະການແພດ, ຄວາມປອດໄພ ແລະ ຄວາມໝັ້ນຄົງທາງຊີວະພາບຜ່ານການຮຽນດ້ວຍຕົວເອງ ໂດຍເປັນໄປຕາມຫຼັກການ ແລະ ມາດຕະຖານແຫ່ງຊາດ ແລະ ສາກົນ.
ຜູ້ມີສ່ວນຮ່ວມໃນການພັດທະນາ
ພາຍໃຕ້ການນຳພາ-ຊີ້ນຳຈາກກະຊວງສາທາລະນະສຸກ, ຄະນະຮັບຜິດຊອບໄດ້ພັດທະນາການຮຽນ-ການສອນຜ່ານສື່ເອເລັກໂຕຣນິກນີ້ໄດ້ຮັບການຊີ້ນຳຈາກຫຼາຍພາກສ່ວນລວມມີ:
ຄະນະຮັບຜິດຊອບຊີ້ນໍາລວມ
ໄດ້ນຳພາ-ຊີ້ນໍາໃນການສ້າງຫຼັກສູດການຮຽນ-ການສອນຜ່ານສື່ເອເລັກໂຕຣນິກໂດຍອີງຕາມນະໂຍບາຍ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບລະບົບການຄຸ້ມຄອງຄຸນນະພາບໃນຫ້ອງວິເຄາະ, ວຽກງານວິເຄາະການແພດ, ຄວາມປອດໄພ ແລະ ຄວາມໝັ້ນຄົງທາງຊີວະພາບ.
ຄະນະຮັບຜິດຊອບຊີ້ນໍາດ້ານວິຊາການ
ພາຍໃຕ້ການນຳພາ-ຊີ້ນໍາຂອງຄະນະຊີ້ນໍາລວມ, ຄະນະກຳມະການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພທາງຊີວະພາບແຫ່ງຊາດໄດ້ລວບລວມເອົານັກວິຊາການ ແລະ ບົດຮຽນທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວທີ່ມີຄວາມເໝາະສົມໃນການຮຽນຮູ້ເພື່ອພັດທະນາຄວາມຮູ້, ຄວາມສາມາດຂອງນັກສຶກສາ ແລະ ບຸກຄະລາກອນທາງການແພດ ໃຫ້ມີຄວາມເຂັ້ມແຂງໃນວຽກງານວິເຄາະການແພດ.
ຄູ່ຮ່ວມພັດທະນາ
- ອົງການອະນາໄມໂລກ (WHO)