ຖາມຕອບ
Completion requirements
ເນື້ອໃນ.
Last modified: Wednesday, 4 December 2024, 3:30 PM
ທ່ານສາມາດ ລົງທະບຽນເຂົ້າເວັບໄຊທ ໄດ້ 3 ວິທີດັ່ງນີ້:
- ຖ້າຄອມ ຫລື ໂທລະສັບຂອງທ່ານນຳໃຊ້ອີເມວທີ່ເປັນ Gmail ແລະ ທ່ານໄດ້ກວດອີເມວເປັນປະຈຳ ທ່ານສາມາດນຳກົດປຸ່ມເຂົ້າລະບົບໂດຍນຳໃຊ້ Gmail ໄດ້ເລີ່ຍ ເຊີ່ງລະບົບຈະໄປເຊື້ອມກັບ Gmail ຂອງທ່ານ ແລ້ວຫາກທ່ານ Login ຢູ່ Gmail ຢູ່ທ່ານກໍ່ມີແຕ່ກົດດຳເນີນການຕໍ່ໄດ້ເລີ່ຍ ຖ້າຫາກບໍ່ໄດ້ login ເທືອກະມີແຕ່ໃຊ້ລະຫັດ password ອີເມວຂອງທ່ານ ແລ້ວ ກໍ່ສາມາດເຂົ້າລະບົບໄດ້.
- ຫາກທ່ານໃຊ້ Facebook ທ່ານສາມາດ ກົດບ່ອນ. ເຂົ້າສູ່ລະບົບໂດຍໃຊ້ Facebook ແລ້ວກໍ່ກົດອະນຸຍາດໃຫ້ເຂົ້າ Facebook.
- ວິທີສຸດທ້າຍແມ່ນການເຂົ້າສູ່ລະບົບໂດຍໃຊ້ເບີໂທລະສັບ ໂດຍໃຫ້ທ່ານໃສ່ເບີໂທລະສັບ 8 ຕົວເລກ ຫລັງຈາກນັ້ນ ລະບົບຈະສົ່ງ SMS ລະຫັດ OTP 6 ຕົວໃຫ້ເພື່ອຢືນຢັ້ນເບີໂທ ຫລັງຈາກນັ້ນໃຫ້ທ່ານພີມລະຫັດໃສ່ບ່ອນປ່ອນລະຫັດ 6 ຕົວເລກ ຫລັງຈາກນັ້ນກົດເພື່ອລົງທະບຽນ ໂດຍໃຫ້ທ່ານໃສ່ຂໍ້ມູນໃຫ້ຄົບກໍ່ຖືວ່າເປັນອັນສຳເລັດ
ທ່ານ ຄວນຈະໃຫ້ຂໍ້ມູນລົງທະບຽນນຳໃຊ້ເວັບໄຊໃຫ້ຄົບຖ້ວນສົມບູນ ໂດຍສະເພາະແມ່ນຊື່ແລະ ນາມສະກຸນແມ່ນໃສ່ໃຫ້ຖືກຕ້ອງທັງພາສາລາວ ແລະ ອັງກິດ ເພາະເມືອເວລາທ່ານຮຽນຈົບ ຫລື ສອບເສັງໃບຢັ້ງຢືນ ອອນລາຍທາງລະບົບຈະໄດ້ນຳໃຊ້ຂໍ້ມູນຂອງທ່ານມາອອກໃບອະນຸຍາດໃຫ້.
ເມືອທ່ານຕ້ອງການຢຸດການຮຽນດຽວຕົ້ນເອງທ່ານສາມາດອອກຈາກລະບົບໄດ້ເລີ່ຍໂດຍກົດປິດ ເວລາທ່ານເຂົ້າມາເທືອໜ້າລະບົບຈະໃຫ້ທ່ານຮຽນຕໍ່ບົດຮຽນທີ່ຄ້າງໄວ້ໃນຄັ້ງກ່ອນ.
ເມືອທ່ານສອບເສັງອອນລາຍ ແລ້ວ ບໍ່ຜ່ານເກນ ຫລື ໄດ້ຕໍ່າກ່ວາ 75% ແມ່ນໃຫ້ທ່ານໄປສືກສາຄືນ ແລ້ວ ກັບມາສອບເສັງໃໝ່ໃນເວລາອີກ 90 ວັນ.